ພາສາລາວ

ທ່ານສີຈິ້ນຜິງກ່າວວ່າ: ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນມີພະລັງຊີວິດ ແລະກຳລັງປະດິດສ້າງໃໝ່ຢ່າງເຂັ້ມແຂງທີ່ສຸດ

cri2021-02-10 21:41:58
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 10 ກຸມພານີ້, ຄະນກຳມະການສູນກາງພັກກອມມູນິດຈີນ ແລະລັດຖະບານຈີນໄດ້ຈັດພິທີອວຍພອນປີໃໝ່ບຸນກຸດຈີນ2021ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ. ໂອກາດດັ່ງກ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສໂດຍໄດ້ຕາງໜ້າໃຫ້ສູນກາງພັກ,ຄະນະລັດຖະບານສົ່ງຄຳອວຍພອນປີໃໝ່ບຸນກຸດຈີນເຖິງປະຊາຊົນບັນດາເຜົ່າທົ່ວປະເທດ, ພີ່ນ້ອງຮ່ວມຊາດຢູ່ເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວແລະໄຕ້ຫວັນກໍຄືພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ.

ທ່ານສີຈິ້ນຜິງກ່າວວ່າ: “ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນອີກເທື່ອໜຶ່ງວ່າ: ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນມີພະລັງຊີວິດ ແລະກຳລັງປະດິດສ້າງໃໝ່ຢ່າງເຂັ້ມແຂງທີ່ສຸດ! ປະຊາຊົນຈີນ ແລະຊົນຊາດຈີນມີກຳລັງເຕົ້າໂຮມຈິດໃຈ ແລະ ຄວາມສາມັກຄີຢ່າງເຂັ້ມແຂງທີ່ສຸດ! ຂໍພຽງແຕ່ທົ່ວພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດສາມັກຄີກັນຢ່າງແໜ້ນແຟ້ນຢູ່ອ້ອມຂ້າງສູນກາງພັກ, ຄວາມຫຍຸ້ງຍາກໃດໆກໍບໍ່ສາມາດກີດຂວາງພວກເຮົາໄດ້, ທັງບໍ່ມີອິດທິກຳລັງໃດໆທີ່ຈະສາມາດກີດຂວາງບາດກ້າວເດີນທີ່ໜັກແໜ້ນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້.”

Share with:

2021-02-10 21:41:58 CRI

ທ່ານສີຈິ້ນຜິງກ່າວວ່າ: ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນມີພະລັງຊີວິດ ແລະກຳລັງປະດິດສ້າງໃໝ່ຢ່າງເຂັ້ມແຂງທີ່ສຸດ

Share this story on

Messenger Pinterest LinkedIn