ພາສາລາວ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

cri2023-09-03 15:03:57
Share
Share this with Close
Messenger Pinterest LinkedIn

ວັນທີ 2 ກັນຍານີ້, ອົງການຈັດຕັ້ງສິ່ງແວດລ້ອມ, ຊາວປະມົງ ແລະ ບຸກຄົນໃນວົງການການເມືອງ ສ ເກົາຫຼີເປັນຕົ້ນ ທັງໝົດໝື່ນກວ່າຄົນໄດ້ຈັດງານໂຮມຊຸມນຸມຂະໜາດໃຫຍ່ຢູ່ໃຈກາງນະຄອນຫຼວງເຊອູນ ເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.

ນັບແຕ່ຍີ່ປຸ່ນເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນວັນທີ 24 ສິງຫາແລ້ວນີ້ເປັນຕົ້ນມາ, ອົງການຈັດຕັ້ງສິ່ງແວດລ້ອມ ແລະ ສັງຄົມຢູ່ແຫ່ງຕ່າງໆຂອງ ສ ເກົາຫຼີ ໄດ້ຈະງານໂຮມຊຸມນຸມຂະໜາດໃຫຍ່ຢ່າງຕໍ່ເນື່ອງ, ເພື່ອກ່າວປະນາມການກະທຳທີ່ເຫັນແກ່ໂຕຂອງລັດຖະບານຍີ່ປຸ່ນ, ທັງກ່າວປະນາມລັດຖະບານ ສ ເກົາຫຼີທີ່ມີທ່າທາງບໍ່ຮັບຜິດຊອບ ແລະ ປ່ອຍໃຫ້ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.

Share this story on

Messenger Pinterest LinkedIn