ພາສາລາວ

ທ່ານສີຈິ້ນຜິງສຳຫຼວດຄົ້ນຄວ້າຢູ່ນະຄອນຫຼວງປັກກິ່ງ ແລະ ແຂວງເຮີເປີຍຈີນ

CRI2023-11-12 11:05:28
Share
Share this with Close
Messenger Pinterest LinkedIn

ວັນທີ 10 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສຳຫຼວດຄົ້ນຄວ້າວຽກງານກໍ່ສ້າງຄືນໃໝ່ຫຼັງໄພພິບັດຢູ່ນະຄອນຫຼວງປັກກິ່ງ ແລະແຂວງເຮີເປີຍຂອງຈີນ.

ລະຫວ່າງທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາປີນີ້, ແຫ່ງຕ່າງໆຂອງຈີນ ເຊັ່ນ: ພາກເໜືອ ແລະ ເຂດລະຫວ່າງທິດໃຕ້ແມ່ນ້ຳເຫຼືອງ ກັບ ທິດເໜືອແມ່ນ້ຳຮວາຍເຮີໄດ້ມີຝົນຕົກແຮງທີ່ສຸດ ຈົນເຮັດໃຫ້ເກີດໄພນ້ຳຖ້ວມ ແລະ ໄພພິບັດທໍລະນີຕ່າງໆ, ຢູ່ນະຄອນຫຼວງປັກກິ່ງ ແລະ ແຂວງເຮີເປີຍ ມີປະຊາຊົນຈຳນວນຫຼາຍເສຍຊີວິດ ແລະ ບາດເຈັບ. ວັນທີ 10 ພະຈິກນີ້, ທ່ານສີຈິ້ນຜິງໄດ້ໄປຮອດເມືອງເມີນໂທໂກ່ຂອງນະຄອນຫຼວງປັກກິ່ງແລະ ນະຄອນປາວຕີ້ງຂອງແຂວງເຮີເປີຍເພື່ອຊອກຮູ້ສະພາບການກໍ່ສ້າງຄືນໃໝ່ຫຼັງໄພພິບັດີ່.

ໂອກາດດັ່ງກ່າວ,ທ່ານສີຈິ້ງຜິງເນັ້ນໜັກວ່າ: ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ພ້ອມຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງຕັ້ງໃຈຈັດຕັ້ງປະຕິບັດການຈັດວາງ ແລະ ການຕົກລົງນະໂຍບາຍຂອງສູນກາງພັກ, ເຮັດວຽກການຟື້ນຟູ ແລະ ກໍ່ສ້າງຄືນໃໝ່ຫຼັງໄພໃຫ້ດີ,ຮັບປະກັນປະຊາຊົນອັນມະຫາສານຢູ່ເຢັນເປັນສຸກ ແລະ ດຳລົງຊີວິດໃນລະດູໜາວຢ່າງອົບອຸ່ນ. ພ້ອມກັນນັ້ນ, ຕ້ອງເລັ່ງລັດປັບປຸງລະບົບໂຄງການປ້ອງກັນໄພນ້ຳຖ້ວມໃຫ້ສົມບູນ, ຍົກຄວາມສາມາດປ້ອງກັນ ຫຼຸດຜ່ອນ ແລະ ກອບກູ້ໄພພິບັດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຫຼິ້ນເທດສະການໝາກເຜັດຢູ່ເມືອງຊິ່ວເປີຍແຂວງຢຸນນານຈີນ

ພາໄປເບິ່ງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ລ່ວງໜ້າ

ຜັກບົ່ວຫອມນຳເອົາຄວາມຮັ່ງມີມາໃຫ້ແກ່ປະຊາຊົນທ້ອງຖິ່ນຈີນ

90 ວິນາທີ! ສຳຜັດກັບຄວາມຈະເລີນຂອງຊົນນະບົດຈີນນຳກັນ!

ສິລະປະເມັກເຣັບຂອງໂດລັນທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວຕີລາຄາສູງຕໍ່ຜົນການຮ່ວມມືສອງປະເທດລາວ-ຈີນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn