ພາສາລາວ

ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີໂກລົມບີ

CRI2023-10-26 16:09:21
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 25 ຕຸລານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານກຸສຕາໂວ ເປໂຕຣ, ປະທານາທິບໍດີໂກລົມບີທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດປະກາດວ່າ: ຈະຍົກລະດັບການພົວພັນລະຫວ່າງຈີນ-ໂກລົມບີຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດ.

ທ່ານສີຈິ້ນຜິງຊີ້ອອກວ່າ: ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນ-ໂກລົມບີ, ແມ່ນຜົນສຳເລັດຈາກຄວາມພະຍາຍາມມາເປັນເວລາຍາວນານໂດຍວົງການຕ່າງໆຂອງສອງປະເທດ, ແມ່ນສ່ອງແສງໃຫ້ເຫັນເຖິງຄວາມຕ້ອງເປັນໄປບົນພື້ນຖານຄວາມເຊື່ອໃຈກັນແລະການຮ່ວມມືລະຫວ່າງສອງຝ່າຍ, ຕ້ອງການໃຫ້ສອງຝ່າຍທະນຸຖະໜອມເປັນຢ່າງດີແລະເພີ່ມເນື້ອໃນການພັດທະນາໃຫ້ສົມບູນຂຶ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ. ຈີນຍິນດີຮ່ວມກັນກັບໂກລົມບີ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ-ໂກລົມບີສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດດີກວ່າເກົ່າ, ທຸ້ມເທກຳລັງທາງບວກເຂົ້າໃນສັນຕິພາບແລະການພັດທະນາຂອງໂລກ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ:ຈີນສະໜັບສະໜູນໂກລົມບີສຳຫຼວດຄົ້ນຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບການຂອງປະເທດຕົນຢ່າງເປັນເຈົ້າຕົນເອງ, ສະໜັບສະໜູນຂະບວນການສັນຕິພາບຂອງໂກລົມບີ, ຫວັງວ່າໂກລົມບີຈະບັນລຸສັນຕິພາບຢ່າງຮອບດ້ານ, ຖາວອນແລະຍືນຍົງໂດຍໄວ, ເຊື່ອໝັ້ນວ່າການພັດທະນາທີ່ມີຄຸນນະພາບສູງແລະຂະບວນການຫັນເປັນທັນສະໄໝຂອງຈີນຈະນຳເອົາໂອກາດໃໝ່ດ້ານການພັດທະນາມາໃຫ້ແກ່ແຕ່ລະປະເທດໃນທົ່ວໂລກເຊິ່ງລວມທັງໂກລົມບີ.

ທ່ານກຸສຕາໂວ ເປໂຕຣກ່າວວ່າ, ຍິນດີເພີ່ມທະວີການແລກປ່ຽນປະສານງານກັນພາຍໃນກົນໄກຫຼາຍຝ່າຍກັບຈີນ. ໂກລົມບີສະໜັບສະໜູນການສ້າງສາເວທີເປິກສາຫາລືລະຫວ່າງອາເມຣິກາລາຕິນ-ຈີນ,ຍິນດີນຳໃຊ້ໂອກາດທີ່ເປັນປະເທດປະທານໝູນວຽນຂອງປະຊາຄົມອາເມຣິກາລາຕິນປີ 2025, ຕັ້ງໜ້າຊຸກຍູ້ໃຫ້ການພົວພັນລະຫວ່າງອາເມຣິກາລາຕິນ-ຈີນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ຫຼັງຈາກການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການລົງນາມເອກະສານຮ່ວມມືສອງຝ່າຍຫຼາຍສະບັບກ່ຽວກັບ ການລົງທຶນໃນຂະແໜງການ, ການຄ້າ, ເສດຖະກິດດີຈີຕອນ, ການພັດທະນາສີຂຽວແລະຂົງເຂດອື່ນໆ.ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງ ສາທາລະນະລັດປະຊາຊົນຈີນແລະສາທາລະນະລັດໂກລົມບີ”.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ການຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ 17 ຂອງຈີນໄດ້ຮັບຜົນສຳເລັດຢ່າງຈົບງາມ ພາລະກິດການບິນອະວະກາດບັນທຸກຄົນຂອງຈີນໄດ້ຮັບຜົນສຳເລັດ 30 ເທື່ອ

ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງທີ134ກວາງໂຈ່ວໄລຍະທີໜຶ່ງສິ້ນສຸດລົງ

ປະຊາຊົນຝັ່ງຕາເວັນຕົກແມ່ນ້ຳຈໍແດນປະທ້ວງເຫດການໂຮງຫມໍເຂດກາຊາຖືກໂຈມຕີ

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວຕີລາຄາສູງຕໍ່ຜົນການຮ່ວມມືສອງປະເທດລາວ-ຈີນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”

ເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ກ້າວໄປສູ່ສະໄໝໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn