ພາສາລາວ

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີເບແນງ

cri2023-09-02 14:49:44
Share
Share this with Close
Messenger Pinterest LinkedIn

ວັນທີ 1 ກັນຍານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ປາຕຣີສ ຕາລອນ ປະທານາທິບໍດີເບແນງ ທີ່ເດີນທາງມາຢ້ຽມາຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດປະກາດວ່າ, ຈີນ ແລະ ເບແນງສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ.

ທ່ານສີຈິ້ນຜິງກ່າວວ່າ, ຈີນໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ເບແນງ, ສົ່ງເສີມໃຫ້ວິສາຫະກິດຈີນໄປລົງທຶນ ແລະ ຮ່ວມມືຢູ່ເບແນງ, ຍິນດີຕ້ອນຮັບເບແນງຊຸກຍູ້ໃຫ້ຜະລິດຕະພັນຄຸນນະພາບສູງທີ່ມີເອກະລັກພິເສດຂອງຕົນເຂົ້າສູ່ຕະຫຼາດຈີນຫຼາຍກວ່າເກົ່າ ໂດຍນຳໃຊ້ໂອກາດງານວາງສະແດງສິນຄ້າຂະໜາດໃຫຍ່ຕ່າງໆ ເຊັ່ນ: ກອງປະຊຸມສຸດຍອດການຄ້າການບໍລິການທົ່ວໂລກ, ງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາ ແລະ ອື່ນໆຢ່າງເຕັມສ່ວນ.

ທ່ານ ປາຕຣີສ ຕາລອນ ກ່າວວ່າ, ເບແນງຍຶດໝັ້ນປະຕິບັດນະໂຍບາຍປະເທດຈີນດຽວ, ສະໜັບສະໜູນຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ທີ່ທ່ານປະທານສີຈິ້ນຜິງສະເໜີອອກມາ, ຍິນດີຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

Share this story on

Messenger Pinterest LinkedIn