ພາສາລາວ

ຜູ້ຕອບແບບສອບຖາມໃນທົ່ວໂລກເກືອບ90%ເຫັນວ່າ: ຄວນຈັດຕັ້ງປະຕິບັດຕາມຄວາມເຫັນເປັນເອກະພາບກັນຂອງຜູ້ນຳສອງປະເທດຈີນ-ອາເມຣິກາດ້ວຍການກະທຳຕົວຈິງ ເພື່ອປົກປັກຮັກສາການພົວພັນສອງປະເທດໃຫ້ພັດທະນາຢ່າງປອດໃສ

CRI2023-11-13 22:30:08
Share
Share this with Close
Messenger Pinterest LinkedIn

ເມື່ອບໍ່ດົນມານີ້, ໂທລະພາບສາກົນຈີນຫຼື CGTNຂອງວິທະຍຸໂທລະພາບສູນກາງຈີນຫຼື CMGໄດ້ດຳເນີນການສຳຫຼວດຄວາມເຫັນຂອງປະຊາຊົນຜູ້ໃຊ້ອິນເຕີເນັດໃນທົ່ວໂລກໂດຍຜົນການສຳຫຼວດສະແດງໃຫ້ເຫັນວ່າ: ປະຊາຊົນຜູ້ໃຊ້ອິນເຕີເນັດໃນທົ່ວໂລກຫຼາຍກວ່າ 86% ເຫັນວ່າ ການປົກຮັກສາການພົວພັນຈີນ-ອາເມຣິກາໃຫ້ພັດທະນາຢ່າງໝັ້ນທ່ຽງແລະປອດໃສນັ້ນ ບໍ່ຄວນໄດ້ແຕ່ເວົ້າເທົ່ານັ້ນ, ຂໍກຸນແຈສຳຄັນແມ່ນຢູ່ນຳການໃຊ້ການກະທຳຕົວຈິງເພື່ອຈັດຕັ້ງປະຕິບັດຄວາມເຫັນເປັນເອກະພາບກັນຕ່າງໆທີ່ຜູ້ນຳສອງປະເທດຕົກລົງຮ່ວມກັນຢູ່ເກາະບາຫຼີ ປະເທດອິນໂດເນເຊຍ. ເມື່ອທຽບໃສ່ຜົນການສຳຫຼວດຄວາມເຫັນຂອງຜູ້ໃຊ້ອິນເຕີເນັດໃນທົ່ວໂລກເມື່ອເດືອນກໍລະກົດຜ່ານມາ, ອັດຕາສ່ວນຂອງ ຜູ້ຕອບແບບສອບຖາມທີ່ຖືທັດສະນະດັ່ງກ່າວນີ້ໄດ້ເພີ່ມຂຶ້ນ4.1%.

ນອກນີ້, ຜູ້ໃຊ້ອິນເຕີເນັດກວມ91.2%ເຫັນວ່າ ການພົວພັນຈີນ-ອາເມຣິກາຖ້າຢາກມີການພັດທະນາທີ່ດີ, ຈຳຕ້ອງຢູ່ບົນພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ ແລະປະຕິບັດຕໍ່ກັນຢ່າງສະເໝີພາບ, ເຄົາລົບຜົນປະໂຫຍດໃຈກາງແລະຄວາມສົນໃຈທີ່ສຳຄັນຂອງກັນແລະກັນ. ອັດຕາສ່ວນຂອງຜູ້ຕອບແບບສອບຖາມທີ່ຖືທັດສະນະນີ້ໄດ້ເພີ່ມຂຶ້ນ2.1%ເມື່ອທຽບໃສ່ 4ເດືອນກ່ອນ. ພ້ອມດຽວກັນນັ້ນ, ຜູ້ຕອບແບບສອບຖາມ92%ເຫັນວ່າການພົວພັນຈີນ-ອາເມຣິກາບໍ່ແມ່ນເກມຜົນລວມເປັນສູນ, ເຈດຕະນາໃດໆທີ່ຢາກດັດແປງແລະສະກັດກັ້ນຄວາມຄິດຂອງຝ່າຍກົງກັນຂ້າມນັ້ນລ້ວນແຕ່ແມ່ນບໍ່ສອດຄ່ອງກັບຄວາມເປັນຈິງ, ບໍ່ວ່າການພັດທະນາຂອງຝ່າຍໃດກໍຕາມ ລ້ວນແຕ່ບໍ່ຄວນຕັດສິດທີ່ຊອບທຳຂອງຝ່າຍກົງກັນຂ້າມ. ອັດຕາສ່ວນຂອງຜູ້ຕອບແບບສອບຖາມທີ່ຖືທັດສະນະນີ້ໄດ້ເພີ່ມຂຶ້ນ8.3%.

ແບບສອບຖາມເພື່ອສຳຫຼວດຄວາມເຫັນຂອງປະຊາຊົນຜູ້ໃຊ້ອິນເຕີເນັດສະບັບນີ້ໄດ້ເຜີຍແຜ່ຢູ່ເທິງ ເວທີ CGTN ດ້ວຍ5ພາສາຄື ພາສາອັງກິດ, ແອັສປາຍ, ຝຣັ່ງ, ອາຣັບແລະຣັດເຊຍ, ພາຍໃນເວລາ 24 ຊົ່ວໂມງ ໄດ້ມີຜູ້ໃຊ້ອິນເຕີເນັດຫຼາຍກວ່າ10.000ຄົນເຂົ້າຮ່ວມການຕອບແບບສອບຖາມ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດກິດຈະກຳສະແດງຊຸດຊົນເຜົ່າຢູ່ເມືອງອູຈືສ່ານແຂວງໄຫຫຼຳຈີນ

123全文 3 下一页

Share this story on

Messenger Pinterest LinkedIn