ພາສາລາວ

ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນຈະສ້າງ 6 ເວທີເພື່ອບໍລິການການພັດທະນາຂອງເສດຖະກິດເອກະຊົນ

cri2023-11-13 11:50:33
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ທ່ານເວີ້ຍຕຸ່ງ ຫົວໜ້າອົງການພັດທະນາເສດຖະກິດເອກະຊົນຂອງຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນຢືນຢັນວ່າ: ຈີນຈະສ້າງ 6 ເວທີບໍລິການກ່ຽວກັບນະໂຍບາຍ, ການ ແລກປ່ຽນ, ການຮ່ວມມື, ການຕິດຕາມກວດກາ, ການປະເມີນ ແລະ ການໂຄສະນາ ເພື່ອໃຫ້ບໍລິການທີ່ດີແກ່ວິສາຫະກິດເອກະຊົນ ແລະ ຕັ້ງໜ້າຂະຫຍາຍຊ່ອງທາງໃຫ້ແກ່ການພັດທະນາດ້ວຍຄຸນນະພາບສູງຂອງເສດຖະກິດເອກະຊົນ.

ທ່ານເວີ້ຍຕຸ່ງໃຫ້ຮູ້ວ່າ: ໜຶ່ງແມ່ນເວທີບໍລິການດ້ານນະໂຍບາຍ, ຈະດຳເນີນການປະເມີນລ່ວງໜ້າຕໍ່ນະໂຍບາຍກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດເອກະຊົນ, ຍົກສູງຄວາມລ້ຳໜ້າ, ຈຸດສຸມ, ຄວາມມີເປົ້າໝາຍທີ່ແນ່ນອນ ແລະ ມີປະສິດທິຜົນ; ສອງແມ່ນເວທີບໍລິການດ້ານການແລກປ່ຽນ, ຈະຢູ່ບົນພື້ນຖານທີ່ມີການແລກປ່ຽນກັບວິສາຫະກິດເອກະຊົນໃນປັດຈຸບັນ, ຈັດຄໍລຳຢູ່ໃນເວັບໄຊຂອງຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດ ເພື່ອເກັບກຳຮັບຟັງຄວາມເຫັນຄວາມປາດຖະໜາຂອງຝ່າຍຕ່າງໆທີ່ມີຕໍ່ການພັດທະນາເສດຖະກິດເອກະຊົນເປັນປົກກະຕິ; ສາມແມ່ນເວທີການບໍລິການດ້ານການຮ່ວມມື, ຈະປະສານງານໃຫ້ບໍລິການແກ່ເສດຖະກິດເອກະຊົນເພື່ອເຂົ້າຮ່ວມການແລກປ່ຽນແລະການຮ່ວມມືສາກົນ, ຊ່ວຍເຫຼືອວິສາຫະກິດເອກະຊົນຍົກສູງກຳລັງແຂ່ງຂັນໃນສາກົນ; ສີ່ແມ່ນເວທີບໍລິການດ້ານການຕິດຕາມກວດກາ, ຈະສ້າງລະບົບຕົວຊີ້ວັດຕິດຕາມສະພາບການພັດທະນາຂອງເສດຖະກິດເອກະຊົນຢ່າງສົມບຸນ, ເພື່ອຕິດຕາມຮັບຮູ້ສະຖິຕິ ແລະ ວິເຄາະສະພາບການພັດທະນາຂອງເສດຖະກິດເອກະຊົນໃນທັນທີ; ຫ້າແມ່ນເວທີບໍລິການດ້ານການປະເມີນ, ຈະປັບປຸງລະບົບປະເມີນແລະຕິດຕາມຊີ້ນຳສະພາບການຈັດຕັ້ງປະຕິບັດນະໂຍບາຍດ້ານການພັດທະນາເສດຖະກິດເອກະຊົນໃຫ້ສົມບູນຂຶ້ນ ເພື່ອຮັບປະກັນໃຫ້ນະໂຍບາຍຕ່າງໆມີປະສິດທິຜົນຕົວຈິງ; ຫົກແມ່ນເວທີບໍລິການດ້ານການໂຄສະນາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຫຼິ້ນເທດສະການໝາກເຜັດຢູ່ເມືອງຊິ່ວເປີຍແຂວງຢຸນນານຈີນ

ພາໄປເບິ່ງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ລ່ວງໜ້າ

123全文 3 下一页

Share this story on

Messenger Pinterest LinkedIn