ພາສາລາວ

ທ່ານ ຫຼີຊີ່ ຢ້ຽມຢາມສັນຖະວະໄມຕີກູບາຢ່າງເປັນທາງການ

cri2023-09-19 16:43:44
Share
Share this with Close
Messenger Pinterest LinkedIn

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກຄອມມູນິດກູບາ, ທ່ານ ຫຼີຊີ່ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ,ເລຂາຄະນະກຳມະການກວດກາວິໄນສູນກາງພັກຄອມມູນິດຈີນໄດ້ຢ້ຽມຢາມສັນຖະວະໄມຕີກູບາຢ່າງເປັນທາງການລະຫວ່າງວັນທີ 16 ຫາ 18 ກັນຍານີ້ ແລະໄດ້ເຂົ້າພົບທ່ານ ມິເກວ ດີອາສ ກາເນວ ເບີມູເດັສ໌ ເລຂາທີໜຶ່ງຄະນະກຳມະການສູນກາງພັກຄອມມູນິດກູບາ ປະທານປະເທດກູບາຢູ່ນະຄອນຫຼວງລາຮາວານ,ພົບປະເຈລະຈາກັບທ່ານ ຈວນ ອິໂວ ໂມຣາເລັສ ໄອມາ ກຳມະການກົມການເມືອງສູນກາງພັກຄອມມູນິດກູບາ ເລຂາທິການຄະນະຈັດຕັ້ງສູນກາງພັກຄອມມູນິດກູບາ ແລະເຂົ້າຢ້ຽມຄຳນັບຈອມພົນຣາວ ກາສໂຕຣ ຣຸສ໌ ຜູ້ນຳປະຕິວັດກູບາ.

ໃນເວລາພົບປະກັບທ່ານ ມິເກວ ດີອາສ ກາເນວ ເບີມູເດັສ, ທ່ານ ຫຼີຊີ່ ກ່າວວ່າ:ຈີນຍິນດີຮ່ວມກັບກູບາຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສູງສຸດຂອງສອງພັກສອງລັດໃຫ້ດີ,ລົງເລິກດຳເນີນການແລກປ່ຽນແລະຖອດຖອນບົດຮຽນດ້ານການຄຸ້ມຄອງພັກແລະລັດແລະການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ,ຊຸກຍູ້ການສ້າງສາພັກແລະການພັດທະນາພາລະກິດສັງຄົມນິຍົມຂອງປະເທດຕົນ.

ທ່ານ ມິເກວ ດີອາສ ກາເນວ ເບີມູເດັສ ໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ການພັດທະນາເສດຖະກິດສັງຄົມຂອງກູບາ,ຍິນດີຮັດແໜ້ນການໄປມາຫາສູ່ກັນທີ່ມີໄມຕີຈິດກັບພັກຄອມມູນິດຈີນ,ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງ.

ໃນເວລາພົບປະເຈລະຈາກັບທ່ານ ຈວນ ອິໂວ ໂມຣາເລັສ ໄອມາ, ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງແລະການປະສານງານດ້ານຍຸດທະສາດ,ລົງເລິກການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆ,ເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນດ້ານການປົກຄອງປະເທດແລະບໍລິຫານການເມືອງກໍຄືການແລກປ່ຽນການຮ່ວມມືແລະຖອດຖອນບົດຮຽນດ້ານການຄຸ້ມຄອງພັກແລະຕ້ານການສໍ້ລາດບັງຫຼວງ.

ໃນເວລາເຂົ້າຢ້ຽມຄຳນັບຈອມພົນຣາວ ກັສໂຕຣ ຣຸສ໌, ທ່ານ ຫຼີຊີ່ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວທີ່ຈິງໃຈແລະຄວາມອວຍພອນທີ່ດີງາມຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄປຍັງຈອມພົນ ຣາວກັສໂຕຣຣຸສ໌ ໂດຍກ່າວວ່າສະຫາຍ ຣາວ ກັສໂຕຣ ຣຸສ໌ ໄດ້ປະກອບສ່ວນທີ່ມີລັກສະນະປະຫວັດສາດເຂົ້າໃນການຂະຫຍາຍສາຍພົວພັນລະຫວ່າງພັກ-ລັດຂອງສອງປະເທດ. ທ່ານ ຣາວ ກັສໂຕຣ ຣຸສ໌ ກ່າວວ່າ: ກູບາຮູ້ສຶກດີໃຈແລະປາບປື້ມໃຈທີ່ໄດ້ເຫັນພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ຮັບຜົນງານທີ່ສຳຄັນແລະໃຫຍ່ຫຼວງ,ຍິນດີຖອດຖອນບົດຮຽນດ້ານການພັດທະນານຳຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

123全文 3 下一页

Share this story on

Messenger Pinterest LinkedIn