ພາສາລາວ

ທາງດ່ວນສາຍທຳອິດຂອງກຳປູເຈຍເປີດນຳໃຊ້ຄົບຮອບ 1 ປີ ມີລົດແລ່ນຜ່ານຫຼາຍກວ່າ 5,19 ລ້ານເທື່ອຄັນ

cri2023-11-09 10:44:13
Share
Share this with Close
Messenger Pinterest LinkedIn

ວັນທີ 7 ພະຈິກນີ້, ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫານຸກຳປູເຈຍ ທີ່ຈີນຊ່ວຍເຫຼືອກໍ່ສ້າງ ໄດ້ຈັດພິທີສະຫຼອງການເປີດນຳໃຊ້ຄົບຮອບ 1 ປີ. ທ່ານຊຸນຈັນໂທນ ຮອງນາຍົກລັດຖະມົນຕີກຳປູເຈຍກ່າວຄຳເຫັນວ່າ, ນັບແຕ່ເປີດນຳໃຊ້ໄດ້ 1 ປີຜ່ານມານີ້, ມີລົດແລ່ນຜ່ານທາງດ່ວນພະນົມເປັນ-ທ່າກຳປັ່ນສີຫານຸທັງໝົດຫຼາຍກວ່າ 5 ລ້ານເທື່ອຄັນ, ຄວາມປອດໄພ ແລະ ຄວາມສະດວກວ່ອງໄວຂອງທາງດ່ວນໄດ້ປ່ຽນແປງວິທີອອກເດີນທາງຂອງປະຊາຊົນທ້ອງຖິ່ນຫຼາຍທີ່ສຸດ, ໄດ້ຍົກສູງຄວາມສາມາດແລ່ນລົດຂອງເຄືອຂ່າຍທາງຫຼວງພາກພື້ນຢ່າງຈະແຈ້ງ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງກຳປູເຈຍຢ່າງບັງເກີດຜົນ.

ໃນຖານະເປັນທາງດ່ວນສາຍທຳອິດຂອງກຳປູເຈຍ, ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫານຸມີຄວາມຍາວທັງໝົດ 187,05 ກິໂລແມັດ, ໄດ້ຂ້າມຜ່ານ 5 ເຂດບໍລິຫານ, ເຮັດໃຫ້ເວລາການແລ່ນລົດຈາກນະຄອນຫຼວງພະນົມເປັນໄປຫານະຄອນສີຫານຸ ທີ່ເປັນທ່າກຳປັ່ນແຄມທະເລໃຫຍ່ທີ່ສຸດຂອງກຳປູເຈຍຫຼຸດລົງຈາກ 5 ຊົ່ວໂມງເປັນບໍ່ອດ 2 ຊົ່ວໂມງເທົ່ານັ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ພາໄປເບິ່ງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ລ່ວງໜ້າ

ໝາກໄມ້ສົ້ມສ້າງຊີວິດການເປັນຢູ່ທີ່ຫວານຊື່ນ

123全文 3 下一页

Share this story on

Messenger Pinterest LinkedIn