ພາສາລາວ

ງານວາງສະແດງການບໍລິການຊັບພະຍາກອນມະນຸດຈີນ-ອາຊຽນຈັດຂຶ້ນຢູ່ເຂດກວາງຊີຈີນ

CRI2023-11-04 16:17:18
Share
Share this with Close
Messenger Pinterest LinkedIn

ງານວາງສະແດງການບໍລິການຊັບພະຍາກອນມະນຸດຈີນ-ອາຊຽນ ເຊິ່ງແມ່ນກະຊວງຊັບພະຍາກອນມະນຸດ ແລະ ການປະກັນສັງຄົມຈີນ ແລະ ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຮ່ວມກັນເປັນເຈົ້າພາບນັ້ນ ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດກວາງຊີລະຫວ່າງວັນທີ ພະຈິກນີ້ ໂດຍມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືດ້ານຊັບພະຍາກອນມະນຸດ ແລະ ບັນລຸການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ງານວາງສະແດງການບໍລິການຊັບພະຍາກອນມະນຸດຈີນ-ອາຊຽນຄັ້ງນີ້ ໄດ້ມີວິສາຫະກິດ ແລະ ສະຖາບັນການສຶກສາຂອງ 9 ປະເທດໃນອາຊຽນມາເຂົ້າຮ່ວມ ໂດຍຈະແລກປ່ຽນ ແລະ ຮ່ວມມືກັບໂຮງຮຽນວິຊາຊີບ ແລະ ວິສາຫະກິດຂອງຈີນຢ່າງເລິກເຊິ່ງ ແລະ ຊຸກຍູ້ການຮ່ວມມືໃນໂຄງການບໍລິການຊັບພະຍາກອນທີ່ຫັນໜ້າສູ່ອາຊຽນຈຳນວນໜຶ່ງ.

ຫົວໜ້າກົມປະຊາສຳພັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວກໍໄດ້ເດີນທາງມາເຂົ້າຮ່ວມງານ, ທ່ານກ່າວວ່າ: ຝ່າຍລາວກໍໄດ້ນຳເອົາຜະລິດຕະພັນປະເທດຕົນຈຳນວນໜຶ່ງມາເຂົ້າຮ່ວມ ເຊິ່ງໃນງານຄັ້ງນີ້ ພວກເຮົາຈະໄດ້ຮູ້ຈັກກັນ, ຮ່ຳຮຽນເຊິ່ງກັນແລະກັນ ທັງໄດ້ຊົມໃຊ້ຂໍ້ມູນຂ່າວສານ ແລະ ບົດຮຽນເຊິ່ງກັນແລະກັນຈາກການແລກປ່ຽນກັນລະຫວ່າງຝ່າຍຕ່າງໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ພາໄປເບິ່ງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ລ່ວງໜ້າ

ໝາກໄມ້ສົ້ມສ້າງຊີວິດການເປັນຢູ່ທີ່ຫວານຊື່ນ

123全文 3 下一页

Share this story on

Messenger Pinterest LinkedIn