ພາສາລາວ

ປະທານຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາພົບປະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ

CRI2023-11-01 11:12:02
Share
Share this with Close
Messenger Pinterest LinkedIn

ວັນທີ 31 ຕຸລາແລ້ວນີ້, ທ່ານມິນອາງລາຍ ປະທານຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາໄດ້ພົບປະກັບທ່ານວາງສຽວຮົງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ.

ທ່ານວາງສຽວຮົງກ່າວວ່າ: ຈີນຍິນດີຮ່ວມກັບມຽນມາ ພ້ອມກັນຈັດຕັ້ງປະຕິບັດຜົນໄດ້ຮັບສຳຄັນທີ່ທ່ານສີຈິ້ນຜິງປະທານປະເທດຈີນຢ້ຽມຢາມມຽນມາ, ສົ່ງເສີມມິດຕະພາບທີ່ມີມູນເຊື້ອ, ເລັ່ງລັດຊຸກຍູ້ໂຄງການຈຸດສຸມຂອງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ລົງເລິກການຮ່ວມມືໃນດ້ານການບັງຄັບໃຊ້ກົດໝາຍ ແລະ ຮັກສາຄວາມໝັ້ນຄົງ, ສ້າງສິ່ງປ້ອງກັນເພື່ອຮັກສາຄວາມໝັ້ນຄົງທີ່ເຂັ້ມແຂງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາ.

ທ່ານມິນອາງລາຍໄດ້ຍ້ອງຍໍສັນລະເສີນການພັດທະນາເສດຖະກິດສັງຄົມຂອງຈີນໄດ້ຮັບຜົນງານອັນຍິ່ງໃຫຍ່ພາຍໃຕ້ການນຳພາຂອງທ່ານປະທານສີຈິ້ນຜິງ, ຍິນດີເພີ່ມທະວີການຮ່ວມທີ່ຕິດແທດຕົວຈິງ, ຮັກສາຄວາມປອດໄພໃຫ້ພົນລະເມືອງ ແລະ ໂຄງການຂອງຈີນ ເພື່ອພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳມຽນມາ-ຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜັກບົ່ວຫອມນຳເອົາຄວາມຮັ່ງມີມາໃຫ້ແກ່ປະຊາຊົນທ້ອງຖິ່ນຈີນ

123全文 3 下一页

Share this story on

Messenger Pinterest LinkedIn