ພາສາລາວ

ທ່ານຫຼີສຽງພົບປະກັບນາຍົກລັດຖະມົນຕີມາເລເຊຍ

cri2023-09-18 14:40:17
Share
Share this with Close
Messenger Pinterest LinkedIn

ວັນທີ 17 ກັນຍານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.

ທ່ານຫຼີສຽງກ່າວວ່າ: ໃນເດືອນມີນາປີນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຮ່ວມກັບທ່ານໄດ້ບັນລຸຄວາມເຫັນທີ່ເປັນເອກະພາບດ້ານການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ມາເລເຊຍ. ຈີນຍິນດີຖືເອົາຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສອງປະເທດເປັນການຊີ້ນຳ, ເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ, ສືບຕໍ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຈັດຕັ້ງປະຕິບັດໂຄງການຮ່ວມມືຕົ້ນຕໍລະຫວ່າງຈີນ-ມາເລເຊຍ ເຊັ່ນ: “ສອງປະເທດສອງສວນ”, ທາງລົດໄຟແຄມຝັ່ງທະເລຕາເວັນອອກ ແລະອື່ນໆ, ສ້າງຈຸດເຕີບໂຕໃໝ່ດ້ານການຮ່ວມມື ເຊັ່ນ: ລົດພະລັງງານໃໝ່, ເສດຖະກິດດີຈີຕອນ ແລະອື່ນໆ, ເພີ່ມທະວີການແລກປ່ຽນດ້ານວັດທະນະທຳຕື່ມອີກ, ຊຸກຍູ້ການເປີດກວ້າງ ແລະຍົກສູງຄຸນນະພາບດ້ານການຮ່ວມມືລະຫວ່າງສອງຝ່າຍ, ສ້າງຜົນປະໂຫຍດໃຫ້ປະຊາຊົນສອງປະເທດຫຼາຍກວ່າເກົ່າ, ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າໃຫ້ແກ່ຄວາມໝັ້ນຄົງ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານອັນວາ ອິບຣາຮິມກ່າວວ່າ: ມາເລເຊຍຕີລາຄາສູງຕໍ່ຂໍ້ລິເລີ່ມກ່ຽວກັບການພັດທະນາທົ່ວໂລກ, ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກ ແລະຂໍ້ລິເລີ່ມກ່ຽວກັບອະລິຍະທຳທົ່ວໂລກທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ, ຍິນດີຮ່ວມກັບຈີນເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆຕື່ມອີກ, ສ້າງສາຍພົວພັນມາເລເຊຍ-ຈີນໃຫ້ເຂັ້ມແຂງກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

123全文 3 下一页

Share this story on

Messenger Pinterest LinkedIn