ພາສາລາວ

ການເຈລະຈາທາງເສດຖະກິດການຄ້າຈີນ-ອາເມຣິກາຮອບໃໝ່ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນໃນສາມດ້ານ

cri2023-11-12 15:51:05
Share
Share this with Close
Messenger Pinterest LinkedIn

ວັນທີ 10 ພະຈິກນີ້, ທ່ານ ລ້ຽວມີນ ຮອງລັດຖະມົນຕີກະຊວງການເງິນຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນຊັນ ຟຣານຊີສໂກ, ປະເທດອາເມຣິກາ ເພື່ອແນະນຳສະພາບການຢ້ຽມຢາມອາເມຣິກາຂອງທ່ານ ເຮີລີ້ເຟີ່ງ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີ, ທັງເປັນຜູ້ຮັບຜິດຊອບຝ່າຍຈີນກ່ຽວກັບວຽກງານເສດຖະກິດການຄ້າຈີນ-ອາເມຣິກາ, ທັງໄດ້ຕອບຄຳຖາມຂອງນັກຂ່າວໂດຍກ່າວວ່າ: ການພົບປະເຈລະຈາທາງເສດຖະກິດການຄ້າຈີນ-ອາເມຣິກາຮອບໃໝ່ກ້າວເຖິງຂັ້ນມີຄວາມຮັບຮູ້ຄືກັນໃນສາມດ້ານ

ໜຶ່ງແມ່ນເຫັນດີເພີ່ມທະວີການແລກປ່ຽນກັນ, ສະແຫວງຫາຄວາມຮັບຮູ້ທີ່ເປັນເອກະພາບກັນ, ຄວບຄຸມຄວາມຂັດແຍ້ງກັນ, ຫຼີກເວັ້ນບໍ່ໃຫ້ເກີດຄວາມເຂົ້າໃຈຜິດ ຈົນວ່າພາໃຫ້ຄວາມຂັດແຍ້ງກັນຮ້າຍແຮງຂຶ້ນ.

ສອງແມ່ນເນັ້ນໜັກວ່າ ຈີນ ແລະ ອາເມຣິກາຈະບໍ່ສະແຫວງຫາໃຫ້ຕັດການພົວພັນກັນດ້ານເສດຖະກິດ, ຫາກແມ່ນມີຄວາມຍິນດີຕໍ່ກັບການພົວພັນເສດຖະກິດທີ່ປອດໃສ, ສະໜອງສະພາບແວດລ້ອມການແຂ່ງຂັນກັນທີ່ສະເໝີພາບໃຫ້ວິສາຫະກິດ ແລະ ກຳມະກອນຂອງສອງປະເທດ, ເພີ່ມຄວາມສຸກໃຫ້ປະຊາຊົນສອງຊາດ.

ສາມແມ່ນເຫັນດີຈະພະຍາຍາມຮ່ວມກັນເພື່ອຮັບມືກັບສິ່ງທ້າທາຍຮ່ວມ ເຊິ່ງລວມທັງການເຕີບໂຕທາງເສດຖະກິດ, ຄວາມໝັ້ນທ່ຽງດ້ານທະນາຄານ ແລະ ການຕິດຕາມຄຸ້ມຄອງທີ່ກ່ຽວຂ້ອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຫຼິ້ນເທດສະການໝາກເຜັດຢູ່ເມືອງຊິ່ວເປີຍແຂວງຢຸນນານຈີນ

123全文 3 下一页

Share this story on

Messenger Pinterest LinkedIn