ພາສາລາວ

ອີຣານ ແລະອາເມຣິກາຈະປ່ອຍຕົວນັກໂທດຂອງກັນ ແລະກັນ ແລະປະຕິບັດສັນຍາຍົກເລີກການອາຍັດຊັບສິນ

cri2023-09-19 14:53:59
Share
Share this with Close
Messenger Pinterest LinkedIn

ວັນທີ 18 ກັນຍານີ້, ທ່ານນັດເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳອາທິດທີ່ຈັດຂຶ້ນຢູ່ນະຄອນຫຼວງເຕຮາຣານປະເທດອີຣານວ່າ: ປະຊາຊົນອີຣານ 5 ຄົນທີ່ຖືກກັກຂັງຢູ່ໃນຄຸກຂອງອາເມຣິກາຈະໄດ້ຮັບການປ່ອຍຕົວ. ຂະນະທີ່ນັກໂທດອາເມຣິກາ 5 ຄົນທີ່ຖືກກັກຂັງຢູ່ໃນຄຸກຂອງອີຣານກໍຈະໄດ້ຮັບການປ່ອຍຕົວເຊັ່ນດຽວກັນ.

ອີງຕາມລາຍງານຂ່າວຈາກສຳນັກຂ່າວສານອີຣານຫຼື IRNA ໃຫ້ຮູ້ວ່າ: ທ່ານການານີກ່າວວ່າ: ປະຊາຊົນອີຣານ 2 ຄົນທີ່ໄດ້ຮັບການປ່ອຍຕົວຈະກັບຄືນອີຣານ, ອີກ 2 ຄົນຈະດຳລົງຊີວິດຢູ່ອາເມຣິກາ ແລະອີກ 1 ຄົນຈະເຕົ້າໂຮມກັບຄອບຄົວຢູ່ຕ່າງປະເທດ. ທ່ານຍັງກ່າວຕື່ມວ່າ: ເງິນຈຳນວນ 6 ຕື້ໂດລາຂອງອີຣານທີ່ຖືກອາຍັດຢູ່ທະນາຄານສອງແຫ່ງຂອງສ.ເກົາຫຼີຈະຖືກຍົກເລີກການອາຍັດ ແລະໂອນເຂົ້າບັນຊີຂອງປະເທດເພື່ອນມິດອີຣານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

123全文 3 下一页

Share this story on

Messenger Pinterest LinkedIn