ພາສາລາວ

ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 8 ຂອງສະຫະພັນຄົນພິການຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

CRI2023-09-19 14:26:05
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 18 ກັນຍານີ້, ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 8 ຂອງສະຫະພັນຄົນພິການຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນພ້ອມດ້ວຍຜູ້ນຳພັກ ແລະ ລັດໄດ້ເຂົ້າຮ່ວມກອງປະຊຸມເພື່ອສະແດງຄວາມຊົມເຊີຍ, ທ່ານຕິ່ງເຊ່ຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ຕາງໜ້າສູນກາງພັກ ແລະ ຄະນະລັດຖະບານຈີນກ່າວຄຳປາໄສ. ຜູ້ແທນ 600 ກວ່າຄົນທີ່ມາຈາກແຫ່ງຕ່າງໆຂອງທົ່ວປະເທດໄດ້ເຂົ້າຮ່ວມກອງປະຊຸມໂດຍຕາງໜ້າໃຫ້ຄົນພິການທົ່ວປະເທດປະມານ 85 ລ້ານຄົນ.

ທ່ານຕິ່ງເຊ່ຊຽງໄດ້ຕາງໜ້າສູນກາງພັກ ແລະ ຄະນະລັດຖະບານຈີນກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ຮ່ວມກັນສ້າງຊີວິດທີ່ຜາສຸກດີງາມກວ່າເກົ່າຂອງຄົນພິການຢູ່ບົນຂະບວນການແຫ່ງຄວາມທັນສະໄໝແບບຈີນ”, ໂດຍກ່າວເນັ້ນວ່າຕ້ອງຍຶດໝັ້ນຖືເອົາແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ນັ້ນເປັນທິດຊີ້ນຳ, ຈັດຕັ້ງປະຕິບັດຄຳບັນລະຍາຍທີ່ສຳຄັນ ແລະ ຈິດໃຈຄຳຊີ້ນຳທີ່ສຳຄັນຂອງທ່ານສີຈິ້ນຜິງທີ່ມີຕໍ່ການພັດທະນາວຽກງານຄົນພິການຢ່າງຮອບດ້ານ, ຊຸກຍູ້ໃຫ້ພາລະກິດຄົນພິການພັດທະນາຢ່າງຮອບດ້ານ, ຮ່ວມກັນສ້າງຊີວິດທີ່ຜາສຸກດີງາມກວ່າເກົ່າຂອງຄົນພິການຢູ່ບົນຂະບວນການແຫ່ງຄວາມທັນສະໄໝແບບຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

123全文 3 下一页

Share this story on

Messenger Pinterest LinkedIn